ຍົກສູງບົດບາດແມ່ຍິງລາວ

ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VII ໄດ້ຈັດຂຶ້ນລະຫວ່າງ ວັນທີ 7-25 ເດືອນກໍລະກົດ ປີ 2014 ທີ່ນະຄອນ ຫລວງວຽງຈັນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດ ໄດ້ນຳເອົາເນື້ອໃນຈິດໃຈຂອງພໍ່ແມ່ປະຊາຊົນ ລວມທັງບັນຫາ ທີ່ໄດ້ປະສົບພົບພໍ້ ພາຍຫລັງທີ່ໄດ້ລົງເຄື່ອນໄຫວຢູ່ຕາມທ້ອງຖິ່ນແຂວງຕົນມານຳສະເໜີ,

ບັນຫາອີກດ້ານໜຶ່ງ ກໍຄື ສິດສະເໝີພາບລະຫວ່າງເພດຍິງ-ຊາຍ ແລະ ການ ພັດທະນາແມ່ຍິງທີ່ເຫັນວ່າ ບາງແຂວງແມ່ຍິງກໍມີຄວາມກະຕືລືລົ້ນປະກອບສ່ວນເຮັດວຽກຢູ່ທຸກພາກສ່ວນ, ແຕ່ກໍມີບາງແຂວງ ທີ່ແມ່ຍິງຍັງພົບກັບ ສິ່ງທ້າທາຍ ຫລາຍປະການ.

ທ່ານ ນາງ ດຣ. ບົວຄຳ ທິບພະວົງ ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 59 ປີ ໃນວັນທີ 20 ເດືອນກໍລະກົດປີນີ້ ຈະມີການທົບທວນຄືນປະຫວັດຄວາມເປັນມາຂອງແມ່ຍິງລາວ ແລະ ກົດໝາຍທີ່ກ່ຽວພັນກັບສິດ ແລະ ພັນທະຂອງແມ່ຍິງ ເຊິ່ງແມ່ຍິງລາວແຕ່ລະຍຸກແຕ່ລະສະໄໝ ລ້ວນແຕ່ມີຄຸນງາມຄວາມດີ ແລະ ມີຄວາມສຳຄັນຕໍ່ປະເທດຊາດ. ຄຽງຄູ່ກັນນີ້ ແມ່ຍິງ ລາວໃນຍຸກປັດຈຸບັນ ກໍຈະຕ້ອງມີຄວາມບຸກບືນປະກອບສ່ວນເຂົ້າໃນພາລະກິດຂອງຊາດ ແລະ ເຂົ້າເຮັດວຽກໃນທຸກພາກສ່ວນ ເຊິ່ງໃນຕໍ່ໜ້າທຸກພາ ລະກິດຕ່າງກໍຮຽກຮ້ອງຕ້ອງການການປະກອບສ່ວນຂອງແມ່ຍິງຫລາຍຂຶ້ນ. ໃນອາທິດນີ້ ກໍຈະມີການພົບປະໂອ້ລົມນຳບັນດາສະມາຊິກແມ່ຍິງຢູ່ກະຊວງ ອຸດສາຫະກຳ-ການຄ້າ ເພື່ອເຜີຍແຜ່ກ່ຽວກັບບົດບາດຂອງແມ່ຍິງລາວ, ສົ່ງເສີມໃຫ້ແມ່ຍິງມີຄວາມກ້າວໜ້າ. ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສຳ ຄັນຕໍ່ບົດບາດຂອງແມ່ຍິງລາວ, ດັ່ງນັ້ນ ແມ່ຍິງລາວ ກໍຕ້ອງມີຄວາມບຸກບືນຂຶ້ນຕື່ມໃນທຸກໆດ້ານ.

ໂອກາດດຽວກັນນີ້, ທ່ານ ນາງ ສົມຈັນ ຈິດວົງເດືອນ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ລົງຕິດຕາມຢູ່ແຂວງອຸດົມໄຊ ເຫັນວ່າ ມີຫລາຍຢ່າງທີ່ແມ່ຍິງສາມາດ ເຮັດວຽກຄຽງບ່າຄຽງໄລ່ກັບຜູ້ຊາຍໄດ້, ແຕ່ຍັງມີບາງດ້ານ ທີ່ແມ່ຍິງຕ້ອງພົບກັບສິ່ງທ້າທາຍ ໂດຍສະເພາະກະໂຕແມ່ຍິງເອງ ສ່ວນຫລາຍຍັງບໍ່ທັນມີຄວາມກ້າຫານພໍ, ບໍ່ກ້າຕັດສິນໃຈ ແລະ ຍັງຖືວ່າໂຕເອງບໍ່ມີສິດເທົ່າກັບເພດຊາຍ. ໃນປັດຈຸບັນ ດ້ານການສຶກສາ ກໍໄດ້ເອົາ ໃຈໃສ່ຕໍ່ແມ່ຍິງເປັນພິເສດເມື່ອທຽບໃສ່ເມື່ອກ່ອນ ແລະ ແມ່ຍິງ ກໍໄດ້ຮັບການສຶກສາຫລາຍເທົ່າທຽມກັບຜູ້ຊາຍ, ແຕ່ກໍຍັງມີບາງເຂດທີ່ການສຶກສາ ຍັງເຂົ້າໄປບໍ່ຮອດບໍ່ເຖິງ, ພ້ອມນີ້ເມື່ອຮຽນໄປໄດ້ໄລຍະໝຶ່ງ ເດັກຍິງກໍອອກໂຮງຮຽນເພາະບໍ່ມີເງື່ອນໄຂໃນການ ຮ່ຳຮຽນເປັນຕົ້ນຂາດທຶນ ຮອນ, ເຮືອນຢູ່ໄກຈາກໂຮງຮຽນ ແລະ ຍັງຖືຮີດຄອງປະເພນີແບບເກົ່າ ກໍຄື ແມ່ຍິງບໍ່ຈຳເປັນຕ້ອງຮຽນສູງ ພຽງຂັ້ນປະຖົມ ຫລື ມັດທະຍົມ ກໍອອກໄປມີ ຄອບຄົວ ແລ້ວເປັນຕົ້ນແມ່ນຢູ່ເຂດຊົນນະບົດ ແລະ ເຂດຊົນເຜົ່າ. ສະນັ້ນເພື່ອຢາກລຶບລ້າງຄວາມຄິດນີ້ ພວກເຮົາຕ້ອງເພີ່ມທະວີການສຶກສາອົບຮົມໃຫ້ ຫລາຍຂຶ້ນກວ່າເກົ່າ, ເປີດກວ້າງທາງດ້ານຄວາມຄິດ ແລະ ຄວາມກ້າຫານຂອງເຂົາເຈົ້າ.