ບາງບົດຮຽນທີ່ສໍາຄັນຂອງຈີນ ໃນການກໍ່ສ້າງສັງຄົມນິຍົມ ໂດຍບໍ່ຜ່ານລະບອບທຶນນິຍົມ

ໄຊຊະນະອັນມະຫັດສະ ຈັນດັ່ງກ່າວ, ຄວາມສາມັກຄີ ຊ່ວຍເຫຼືອຂອງປະຊາຊົນບັນ ດາເຜົ່າ ແຂວງຊຽງຂວາງແມ່ນ ໜຶ່ງໃນປັດໄຈພື້ນຖານປະກອບ ສ່ວນຕັດສີນ, ທີ່ເປັນສັນຍາລັກ ໃຫ້ແກ່ກຳລັງແຫ່ງຄວາມສາ ມັກຄີເປັນອັນໜຶ່ງອັນດຽວກັນ ລະຫວ່າງກອງທັບກັບປະຊາ ຊົນ ເວົ້າລວມ, ເວົ້າສະເພາະ ປະຊາຊົນກັບກອງພັນທີ 2 ຈຶ່ງ ເປັນເງື່ອນໄຂໃຫ້ກອງພັນທີ 2 ສາມາດປິດລັບຜ່າວົງຜິດລ້ອມ ອອກຈາກທົ່ງໄຫຫີນໄດ້ຢ່າງມີ ໄຊ,

ຕະຫຼອດໄລຍະເວລາທີ່ ກອງພັນທີ 2 ໄດ້ຕົກຢູ່ໃນວົງ ປິດລ້ອມຂອງສັດຕູຢູ່ທົ່ງໄຫ ຫີນ ແຂວງຊຽງຂວາງ ກອງພັນ ທີ 2 ໄດ້ເພີ່ມທະວີຄວາມສາມັກ ຄີອັນເປັນເອກະພາບພາຍໃນ ແລະ ມີຄວາມສາມັກຄີສະໜິດ ຕິດພັນກັບປະຊາຊົນບັນດາ ເຜົ່າ ແຂວງຊຽງຂວາງ ເພື່ອຄຽງ ບ່າຄຽງໄຫຼກັນຕໍ່ສູ້ຜ່ານຜ່າທຸກ ອຸປະສັກຫຍຸ້ງຍາກນາໆປະການ, ຍອມເສຍສະລະ ເພື່ອປະເທດ ຊາດ, ຕໍ່ສູ້ບໍ່ຍອມຈຳນົນກອງ ພັນທີ 2 ໄດ້ສ້າງວິລະກຳອັນ ໃຫຍ່ຫຼວງນັ້ນແມ່ນໄຊຊະນະທີ່ ຍິ່ງໃຫຍ່. ຜົນງານດັ່ງກ່າວໄດ້ ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການຕີທັບມ້າງກົນອຸ ບາຍຂອງສັດຕູທີ່ຈະຫວັງດັບ ມອດທັງໝົດກຳລັງປະກອບ ອາວຸດປະຕິວັດ ແລະ ທັງເປັນ ການປຸກລະດົມນ້ຳໃຈຮັກຊາດ ອັນສູງສົ່ງ, ປັບປຸງການເຊື່ອ ໝັ້ນໃຫ້ແກ່ປະຊາຊົນ ແລະ ການ ປະຕິວັດຂອງປະເທດເຮົາ, ນຳ ເອົາການຕໍ່ສູ້ກ້າວຂຶ້ນເທື່ອລະ ກ້າວໄປສູ່ໄຊຊະນະໃໝ່, ຜົນ ສຳເລັດຢ່າງມະຫັດສະຈັນດັ່ງ ກ່າວນັ້ນໄດ້ເຮັດໃຫ້ກຳລັງປະ ກອບອາວຸດຂອງພວກເຮົາເຕີບ ໃຫຍ່ຂຶ້ນຈາກກອງຮ້ອຍຂຶ້ນເປັນ ກອງພັນນ້ອຍ, ຈາກສ້າງຕັ້ງ 2 ກອງພັນກ້າວຂຶ້ນສ້າງຕັ້ງຫຼາຍ ກອງພັນຫຼາຍກອງຮ້ອຍເອກະ ລາດໃນທົ່ວປະເທດ, ບັນດາ ບົດຮຽນອັນປະເສີດກ່ຽວກັບ ການຊີ້ນຳ-ນຳພາຂອງພັກ-ລັດ ຕໍ່ກັບການສ້າງຕັ້ງກຳລັງສູ້ຮົບ, ຕໍ່ກັບສິລະປະການທະຫານ ແລະ ແນວທາງສົງຄາມປະຊາ ຊົນ ບັນດາບົດຮຽນດັ່ງກ່າວແມ່ນ ໄດ້ຖອດຖອນຈາກພຶດຕິກຳຕົວ ຈິງຂອງປະຫວັດສາດນັ້ນ, ມາ ຮອດມື້ນີ້ຄຸນຄ່າຂອງມັນຍັງບໍ່ ມີຫຍັງປ່ຽນແປງ, ເຖິງແມ່ນເວ ລາໄດ້ຜ່ານພົ້ນໄປໄດ້ 55 ປີ ແລ້ວກໍຕາມ, ຮອຍຕີນຂອງພະ ນັກງານ-ນັກຮົບຢູ່ບົນວົງປິດ ລ້ອມຂອງສັດຕູ ແລະ ຢູ່ບົນ ເສັ້ນທາງຖອນກຳລັງຂອງກອງ ພັນທີ 2 ອອກໄປສູ່ເຂດທີ່ໝັ້ນ ເຖິງຈະລຶບໄປແລ້ວກໍຕາມແຕ່ ຜົນງານອັນສະຫງ່າລາສີຂອງ ກອງພັນທີ 2 ວິລະຊົນໄດ້ກາຍ ເປັນປະຫວັດສາດປຽບສະເໝືອນ ເມັດພັນພິເສດໃຫ້ກຳເນີດແກ່ ກຳລັງປະກອບອາວຸດປະຕິວັດ ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງ ບໍ່ຢຸດຢັ້ງ.

ທ່ານ ເຕີງ ສຽວ ຜິງ ແລະ ບັນດານັກປະຕິຮູບຂອງຈີນ ໃຫ້ ທັດສະນະວ່າ: ຈຸດພິເສດອັນ ສຳຄັນກ່ວາໝູ່ໝົດ ຂອງພາລະ ກິດກໍ່ສ້າງສັງຄົມນິຍົມຢູ່ຈີນແມ່ນ ຈີນ ຍັງບໍ່ທັນໄດ້ຜ່ານລັດທິທຶນ ນິຍົມ, ໝາຍຄວາມວ່າບໍ່ທັນ ຜ່ານການຫັນເປັນອຸດສາຫະ ກຳ, ທ່ານ ຈຽງ ເຈີ ໝິງ ອະທິ ບາຍວ່າ ໄລຍະຕົ້ນຂອງສັງຄົມ ນິຍົມ ມີຄວາມໝາຍວ່າແມ່ນ ໄລຍະບໍ່ທັນຂະຫຍາຍຕົວ. ເພາະ ສະນັ້ນ, ໜ້າທີ່ໃຈກາງຂອງຈີນ ໃນໄລຍະຕົ້ນຂອງລັດທິສັງຄົມ ນິຍົມນີ້ແມ່ນສຸມໃສ່ຂະຫຍາຍ ເສດຖະກິດ, ດຳເນີນການຫັນ ເປັນສັງຄົມນິຍົມທັນສະໄໝ. ສະນັ້ນ, ຕ້ອງມີວິທີດຳເນີນທີ່ ແຕກຕ່າງກັບກໍລະນີຂ້າມຜ່ານ ໂດຍກົງຈາກລັດທິທຶນນິຍົມ ຂຶ້ນສັງຄົມນິຍົມ. ການຫັນເປັນ ທັນສະໄໝໃນປະເທດໜຶ່ງທີ່ ກວ້າງໃຫຍ່ ແລະ ມີລະດັບ ການຂະຫຍາຍຕົວທີ່ຍັງຕ່ຳ ຄືປະເທດຈີນ ນັ້ນແມ່ນໜ້າທີ່ ທີ່ໜັກໜ່ວງອັນໜຶ່ງ, ຮຽກຮ້ອງ ຕ້ອງມີເວລາອັນຍາວນານສົມ ຄວນ ປະມານໜຶ່ງສະຕະວັດ (100 ປີ). ຕໍ່ນັ້ນມາແມ່ນ ທ່ານ ຈຽງ ເຈິ ໝິງ, ທ່ານ ຮູ ຈິນ ທາວ ແລະ ທ່ານ ສີ ຈິ້ນ ຜິງ ກໍຄືກອງປະຊຸມໃຫຍ່ ຄັ້ງທີ XV, XVI, XVII ແລະ ຄັ້ງທີ XVIII ໄດ້ສືບຕໍ່ ແລະ ຂະຫຍາຍຈັດຕັ້ງ ປະຕິບັດ ນັບມື້ນັບມີຜົນສຳເລັດ.

ພາລະກິດກໍ່ສ້າງສັງຄົມນິ ຍົມຕາມສີສັນຂອງຈີນ ໂດຍບໍ່ ຜ່ານລະບອບທຶນນິຍົມ ຕາມ ທິດສະດີຂອງທ່ານ ເຕີງ ສຽວ ຜິງ ແລະ ຜົນສຳເລັດຕົວຈິງ ໃນ 3 ທົດສະວັດ ກ່ວາຜ່ານມານີ້ ພວມຕັ້ງເປັນບັນຫາຫຼາຍຢ່າງ ທີ່ຈຳເປັນຕ້ອງໄດ້ຄົ້ນຄິດ ເພື່ອ ຖອດຖອນບົດຮຽນອັນເປັນປະ ໂຫຍດໃຫ້ແກ່ຂະບວນວິວັດ ແຫ່ງການກໍ່ສ້າງສັງຄົມນິຍົມ ຈາກລະບອບປະຊາທິປະໄຕ ປະຊາຊົນ ໂດຍບໍ່ຜ່ານລະບອບ ທຶນນິຍົມຢູ່ລາວຂອງພວກເຮົາ.

2. ບາງບົດຮຽນທີ່ຖອດ ມາໄດ້

ຜ່ານການຄົ້ນຄ້ວາຂະ ບວນວິວັດແຫ່ງການກໍ່ສ້າງສັງ ຄົມນິຍົມຢູ່ ສປ ຈີນ, ສາມາດ ຖອດເປັນບົດຮຽນໄດ້ຫຼາຍຢ່າງ ສຳລັບພາລະກິດກໍ່ສ້າງສັງຄົມ ນິຍົມ ໂດຍບໍ່ຜ່ານລະບອບທຶນ ນິຍົມຢູ່ບັນດາປະເທດພວມ ພັດທະນາຄືລາວພວກເຮົາ. ບັນດາບົດຮຽນອັນລະອຽດຄື:

2.1. ໃກ້ຊິດຕິດແທດກັບ ພຶດຕິກຳຕົວຈິງ, ກ້າປະດິດສ້າງ ແລະ ເຮັດທົດລອງ ເພື່ອດຳ ເນີນການປະຕິຮູບ, ເປີດປະຕູ ແລະ ພັດທະນາ.

ການຕິດແທດກັບຕົວຈິງ ແລະ ມີວິທີການແກ້ໄຂທີ່ຖືກ ຕ້ອງ, ທັນການຕໍ່ກັບບັນຫາ ຕ່າງໆທີ່ເກີດຂຶ້ນຈາກການຂະ ຫຍາຍເສດຖະກິດ-ສັງຄົມ ຂອງປະເທດໃນແຕ່ລະໄລຍະ. ນັ້ນແມ່ນຄວາມຮຽກຮ້ອງຕ້ອງ ການອັນຈຳເປັນ ເພື່ອກໍ່ສ້າງສັງ ຄົມນິຍົມໃຫ້ສຳເລັດຜົນ. ສິ່ງ ດັ່ງກ່າວນັ້ນ ມັນແມ່ນສິລະປະ ຍຸດ ໃນການຊີ້ນຳ-ນຳພາ, ສະ ທ້ອນໃຫ້ເຫັນເຖິງຄວາມສາ ມາດຢ່າງແທ້ຈິງຂອງຜູ້ນຳພາ ແລະ ມີຜົນກະທົບຢ່າງໃຫຍ່ ຫຼວງຕໍ່ຈັງຫວະການຂະຫຍາຍ ຕົວຂອງປະເທດຊາດ. ພາລະ ກິດກໍ່ສ້າງສັງຄົມນິຍົມຢູ່ຈີນ ຄື ດັ່ງໄດ້ຢືນຢັນໃນເອກະສານ ຕ່າງໆຂອງພັກກອມມູນິດຈີນ, ໃນບົດຄວາມຕ່າງໆຂອງບັນ ດາທ່ານຜູ້ນຳ ຜ່ານແຕ່ລະໄລ ຍະທີ່ແຕກຕ່າງກັນ. ນັ້ນແມ່ນ ການປະສານສົມທົບລະຫວ່າງ ລັດທິມາກ ກັບພຶດຕິກຳຕົວຈິງ ຂອງປະເທດ ໂດຍແນໃສ່ຈຸດ ໝາຍກໍ່ສ້າງສັງຄົມນິຍົມຕາມ ສີສັນຂອງຈີນ, ໂດຍບໍ່ຜ່ານລະ ບອບທຶນນິຍົມ. ນັ້ນແມ່ນເສັ້ນ ທາງເພື່ອຟື້ນຟູ ແລະ ພັດທະ ນາປະເທດຈີນ ເພື່ອໄລ່ທັນ ແລະ ລື່ນກາຍບັນດາປະເທດ ອື່ນຢູ່ໃນໂລກ ແຕ່ແລ້ວໃນ ແຕ່ ລະໄລຍະ “ມະຫາກະໂດດຂັ້ນ” ແລະ “ມະຫາປະຕິວັດວັດທະ ນະທຳ”, ບັນດາຜູ້ນຳຂອງຈີນ ພັດບໍ່ເຊື່ອມຊຶມ ແລະ ຢຶດ ໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫຼັກການດັ່ງກ່າວ. ດັ່ງ ນັ້ນ ຈຶ່ງຕົກເຂົ້າໃນແນວຄິດຄຳ ພີ ແລະ ແນວຄິດຮ້ອນຮົນອັນ ພາໄປເຖິງບ່ອນມີການຜິດພາດ ຫຼາຍດ້ານໃນການວາງແຜນ ນະໂຍບາຍ ແລະ ນະໂຍບາຍ ຕ່າງໆໃນການຄຸ້ມຄອງບໍລິຫານ ປະເທດ. ຜ່ານຂະບວນວິວັດ ແຫ່ງການເຄື່ອນໄຫວຕົວຈິງ, ທ່ານ ເໝົາ ເຈີ ຕຸງ ໄດ້ເຄີຍ ມີທັດສະນະຕ່າງໆທີ່ສອດຄ່ອງ ກັບສະພາບຕົວຈິງຂອງຈີນ ທີ່ ໄດ້ສະເໜີອອກໃນປຶ້ມ “ວ່າ ດ້ວຍລັດທິປະຊາທິປະໄຕໃໝ່” ແລະ “ວ່າດ້ວຍລັດຖະບານ ປະສົມ” ຊຶ່ງເພິ່ນໄດ້ໃຫ້ທັດສະ ນະວ່າ: ຈີນ ບໍ່ສາມາດຂ້າມ ຜ່ານຂຶ້ນສູ່ສັງຄົມນິຍົມ ໂດຍ ກົງໄດ້, ຈະຕ້ອງຄ່ອຍໆກ້າວ ຂຶ້ນສັງຄົມນິຍົມດ້ວຍເສດຖະ ກິດຫຼາຍພາກສ່ວນ (ເສດຖະ ກິດແຫ່ງລັດ ປະປົນກັບເສດ ຖະກິດເອກະຊົນ, ເສດຖະກິດ ເອກະເທດ...) ລັດບໍ່ຢຶດຊັບສົມ ບັດທີ່ເປັນກຳມະສິດສ່ວນຕົວ ຂອງທຶນນິຍົມ ຈຳນວນທີ່ບໍ່ສາ ມາດປັ່ນປ່ວນເຖິງຊີວິດການ ເປັນຢູ່ ແລະ ແຜນການຂອງ ຊາດ, ລັດປະຕິບັດ 2 ນະໂຍ ບາຍພື້ນຖານຄື: “ດັດສົມທຶນ ນິຍົມ” ແລະ “ສິດສະເໝີພາບຕໍ່ ກັບທີ່ດິນ” ແຕ່ໜ້າເສຍດາຍ ທັດສະນະ ແລະ ນະໂຍບາຍ ດັ່ງກ່າວ ບໍ່ໄດ້ນຳໃຊ້ຢ່າງເຖິງ ຖອງ ແລະ ຖືກປ່ຽນແທນດ້ວຍ ບັນດາແຜນນະໂຍບາຍ ແລະ ນະໂຍບາຍອັນອື່ນທີ່ບໍ່ສອດ ຄ່ອງກັບຊີວິດຕົວຈິງຢ່າງໄວວາ.

ແນວທາງປະຕິຮູບຂອງ ທ່ານ ເຕີງ ສຽວ ຜິງ ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການ ຕົວຈິງຂອງສັງຄົມຈີນ ຍຸກປະ ຈຸບັນ. ຍ້ອນແນວນັ້ນ ມັນໄດ້ ສົ່ງຜົນກະທົບຢ່າງຕັ້ງໜ້າ ກະ ຕຸກຊຸກຍູ້ເຮັດໃຫ້ເສດຖະກິດ- ສັງຄົມຂະຫຍາຍຕົວດ້ວຍຈັງ ຫວະທີ່ສູງ ຊຶ່ງບໍ່ເຄີຍມີໃນປະ ຫວັດສາດຂອງຈີນ. ທ່ານ ເຕີງ ສຽວ ຜິງ ໄດ້ເນັ້ນໜັກຢູ່ສະເໝີ ວ່າ: ພາລະກິດຫັນເປັນທັນສະ ໄໝຂອງພວກເຮົາ ຕ້ອງເລີ່ມ ຈາກສະພາວະຄວາມເປັນຈິງ ຂອງຈີນ, ຕ້ອງປະສານສົມທົບ ລະຫວ່າງສັດຈະທຳທີ່ແຜ່ຫຼາຍ ຂອງລັດທິມາກ ກັບສະພາວະ ຄວາມເປັນຈິງຂອງປະເທດເຮົາ, ເດີນຕາມເສັ້ນທາງທີ່ເປັນອັນ ສະເພາະຂອງຕົນ, ກໍ່ສ້າງສັງ ຄົມນິຍົມຕາມສີສັນຂອງຈີນ. ນັ້ນແມ່ນການສະຫຼຸຸບທີ່ເປັນພື້ນ ຖານຂອງພວກເຮົາທີ່ຖອດມາ ຈາກການສະຫຼຸບບົດຮຽນຂອງ ປະຫວັດສາດອັນຍາວນານ. 

ອາດເວົ້າໄດ້ວ່າ, ໃນປະ ຫວັດສາດແຫ່ງການກໍ່ສ້າງສັງ ຄົມນິຍົມຢູ່ຈີນ, ຄວາມອັນຕະ ລາຍຂອງລັດທິຄຳພີທາງດ້ານ ທິດສະດີ, ຄວາມເຄີຍຊິນກັບ ແບບວິທີຄົ້ນຄິດ ແລະ ການ ລອກແບບເອົາບົດຮຽນຂອງ ຕ່າງປະເທດຢ່າງກົນຈັກໄດ້ກໍ່ ໃຫ້ເກີດຜົນຮ້າຍອັນໃຫຍ່ຫຼວງ. ຜ່ານໄລຍະ 30 ກ່ວາປີແຫ່ງ ການປະຕິຮູບຕາມທິດສະດີ ເຕີງ ສຽວ ຜິງ ໄດ້ສະແດງໃຫ້ ເຫັນແຈ້ງ ທິດນຳຕົ້ນຕໍທີ່ວ່າ ຕ້ອງ “ໄປຕາມເສັ້ນທາງຂອງ ຕົນເອງ” ບໍ່ອາດທີ່ຈະເດີນຕາມ “ເສັ້ນທາງຂອງຜູ້ອື່ນ” ນັ້ນແມ່ນ ຖືກຕ້ອງ ແລະ ມີຄວາມອາດ ສາມາດທີ່ຈະເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນຂອງ ຊາດ, ພາປະເທດຈີນຂະຫຍາຍ ຕົວດ້ວຍຈັງຫວະທີ່ໄວໄດ້.

ພາລະກິດແຫ່ງການກໍ່ ສ້າງສັງຄົມນິຍົມຢູ່ຈີນແມ່ນພາ ລະກິດທີ່ໃໝ່ອ່ຽມ ຊຶ່ງທັງເຮັດ ທັງຊອກຮູ້, ທັງທົດລອງເປັນ ແຕ່ລະກ້າວ, ທັງຕ້ອງສະຫຼຸຸບ ຖອດຖອນບົດຮຽນຢ່າງບໍ່ຢຸດ ຢັ້ງ, ແຕ່ພ້ອມກັນນັ້ນ ມັນກໍຮຽກ ຮ້ອງໃຫ້ມີຄວາມກ້າຫານປະ ດິດສ້າງ. ບົນເສັ້ນທາງແຫ່ງ ການກໍ່ສ້າງສັງຄົມນິຍົມເປັນ ເວລາ 60 ກ່ວາປີຢູ່ຈີນນັ້ນໄດ້ ຜ່ານຫຼາຍຍ່ານທາງທີ່ລະອິດ ລະອ້ຽວ, ບາງເທື່ອກໍປະລາໄຊ, ບາງເທື່ອກໍໄດ້ຮັບຜົນສຳເລັດ. ແຕ່ໃນໄລຍະ 30 ກ່ວາປີ ຫຼັງ ມານີ້ ຈີນໄດ້ຄົ້ນພົບເສັ້ນທາງ ປະຕິຮູບຕາມແບບຂອງຕົນ ແລະ ໂດຍອາໄສການປະຕິຮູບ ຕາມແບບດັ່ງກ່າວນັ້ນ ຈີນ ຍາດ ໄດ້ຜົນສຳເລັດຫຼາຍປະການ.

ຈີນ ໄດ້ກ້າຫານປະດິດສ້າງ, ປະຕິບັດບັນດາທັດສະນະຄະ ຕິ ແລະ ວິທີເຮັດແບບໃໝ່ ຊຶ່ງ ກ່ອນອື່ນໝົດໄດ້ກ້າຫານສ້າງ ພື້ນຖານເສດຖະກິດຕະຫຼາດ, ປ່ຽນແປງໃໝ່ການພົວພັນດ້ານ ກຳມະສິດ ແລະ ການແຈກຢາຍ; ຂະຫຍາຍດ້ານເສດຖະ ກິດ ເປັນຕົ້ນໄດ້ສ້າງເຂດເສດ ຖະກິດພິເສດ, ປະຕິບັດການ ມອບເໝົາດ້ານຜະລິດຕະ ພັນໃນກະສິກຳ, ສ້າງບັນດາບໍ ລິສັດປະສົມ... ປະຈຸບັນ ຈີນ ພວມປະຕິບັດຢ່າງເດັດດ່ຽວ ແລະ ກ້າຫານປະຕິຮູບບັນດາ ລັດວິສາຫະກິດ ແລະ ປະຕິຮູບ ກົງຈັກບໍລິຫານ. ນີ້ແມ່ນບັນ ດາແຜນນະໂຍບາຍທີ່ອາດຈະ ສ້າງໃຫ້ເກີດມີບັນດາບາດກ້າວຂະຫຍາຍຕົວທີ່ມີລັກສະນະ ບຸກທະລຸທີ່ສຳຄັນ. ຖ້າໃນຂະ ບວນວິວັດແຫ່ງການຈັດຕັ້ງປະ ຕິບັດ ຫາກມີການຖອດຖອນບົດຮຽນສະຫຼຸຸບທາງທິດສະດີຢ່າງມີປະຊາທິປະໄຕ ແລະ ເປັນປະຈຳ, ແນ່ນອນມັນຈະຫຼີກລ່ຽງໄດ້ຄວາມຜິດພາດ ແລະ ຈະບັນລຸໄດ້ຜົນສຳເລັດອັນໃຫຍ່ ຫຼວງ, ຊຸກຍູ້ພາລະກິດກໍ່ສ້າງ ສັງຄົມນິຍົມທີ່ມີສີສັນຈີນ ຂະ ຫຍາຍຕົວຢ່າງໄວວາກ່ວາ.

ຍຸດທະສາດແຫ່ງການຂະ ຫຍາຍເສດຖະກິດ-ສັງຄົມ, ກໍ່ ສ້າງສັງຄົມນິຍົມທີ່ມີສີສັນຂອງ ຈີນ ໂດຍບໍ່ຜ່ານລະບອບທຶນນິຍົມ ຂອງ ທ່ານ ເຕີງ ສຽວ ຜິງ ແລະ ພັກກອມມູນິດຈີນ ນັ້ນກໍແມ່ນ ນະໂຍບາຍໜຶ່ງທີ່ກ້າຫານ, ປະ ດິດສ້າງ. ຍຸດທະສາດດັ່ງກ່າວ ໄດ້ສະແດງອອກໃນທິດສະດີ ກ່ຽວກັບໄລຍະຕົ້ນຂອງລັດທິ ສັງຄົມນິຍົມ. ໄລຍະຕົ້ນຂອງ ລະບອບສັງຄົມນິຍົມຈະແກ່ ຍາວປະມານ 100 ປີ ເລີ່ມແຕ່ ປີ 1956-1957 ເມື່ອເວລາຈີນ ສຳເລັດການດັດສ້າງສັງຄົມນິ ຍົມ. ນີ້ແມ່ນໄລຍະປະຫວັດ ສາດທີ່ອາດຈະຂ້າມຜ່ານໄດ້ ທັງນີ້ ກໍເພື່ອຫຼຸຸດພົ້ນອອກຈາກ ສະພາບຄວາມຫຼ້າຫຼັງ ເປັນແຕ່ ລະກ້າວ ເພື່ອປະຕິບັດການຫັນ ເປັນທັນສະໄໝສັງຄົມນິຍົມ, ໜ້າທີ່ຕົ້ນຕໍຂອງໄລຍະຕົ້ນນີ້ແມ່ນຂະຫຍາຍກຳລັງການຜະລິດຂຶ້ນຢູ່ແຖວໜ້າ. ໃນຊີວິດ ເສດຖະກິດ, ການເມືອງວັດທະ ນະທຳ, ສັງຄົມກໍຍັງມີຂໍ້ຂັດ ແຍ່ງຄົງຕົວຢູ່, ຂໍ້ຂັດແຍ່ງຊົນ ຊັ້ນ ໂດຍມາຈາກບັນດາປັດໄຈ ພາຍໃນ ແລະ ພາຍນອກກໍຍັງ ແມ່ນຂັດແຍ່ງທີ່ຍາວນານໃນ ໄລຍະເວລາທີ່ແນ່ນອນ. ແຕ່ ຂໍ້ຂັດແຍ່ງຕົ້ນຕໍໃນສັງຄົມແມ່ນ ຂໍ້ຂັດແຍ່ງລະຫວ່າງຄວາມຕ້ອງ ການດ້ານວັດຖຸ, ວັດທະນະທຳ ຂອງປະຊາຊົນນັບມື້ນັບເພີ່ມ ຂຶ້ນກັບກຳລັງການຜະລິດສັງ ຄົມທີ່ຫຼ້າຫຼັງ. ນັ້ນແມ່ນຄວາມ ຂັດແຍ່ງທີ່ສອດຫ້ອຍຕະຫຼອດ ຂະບວນວິວັດ ແລະ ໃນດ້ານ ຕ່າງໆຂອງຊີວິດສັງຄົມຢູ່ໃນ ໄລຍະຕົ້ນແຫ່ງການກໍ່ສ້າງສັງ ຄົມນິຍົມ. ດັ່ງນັ້ນຕ້ອງຖືວຽກ ງານກໍ່ສ້າງເສດຖະກິດເປັນໃຈ ກາງຂອງທົ່ວພັກ, ທົ່ວປວງ ຊົນ...ການປະສານສົມທົບລະ ຫວ່າງສັງຄົມນິຍົມກັບເສດຖະ ກິດຕະຫຼາດແມ່ນການປະດິດ ສ້າງໜຶ່ງທີ່ດີ. ໃນຂະບວນວິວັດ ແຫ່ງການປະສານສົມທົບດັ່ງ ກ່າວນັ້ນມັນຮຽກຮ້ອງ “ຕ້ອງ ຕັ້ງໜ້າຄົ້ນຄ້ວາຫາ, ກ້າເຮັດ, ກ້າທົດລອງ, ເຄົາລົບຈິດໃຈ ປະດິດສ້າງຂອງມະຫາຊົນ...”. ທ່ານ ເຕີງ ສຽວ ຜິງ ເອງເຄີຍ ເນັ້ນໜັກເປັນພິເສດວ່າ: ພາລະ ກິດກໍ່ສ້າງສັງຄົມນິຍົມໃນປະ ຈຸບັນແມ່ນພາລະກິດໃໝ່, ທ່ານ ມາກ ກໍບໍ່ທັນເວົ້າເຖິງ, ພວກ ເຮົາກ່ອນນີ້ກໍບໍ່ທັນຜ່ານຈັກ ເທື່ອ, ບັນດາປະເທດສັງຄົມນິ ຍົມອື່ນໆກໍບໍ່ທັນປະຕິບັດ, ເພາະ ສະນັ້ນ ບໍ່ທັນມີບັນດາບົດຮຽນ ອັນລ້ຳຄ່າໃຫ້ພວກເຮົາ ເພື່ອຮ່ຳ ຮຽນນຳ, ພວກເຮົາມີແຕ່ວິທີ ດຽວເທົ່ານັ້ນຄືຮຽນໃນເວລາ ເຮັດ ແລະ ກ້າວໄປສູ່ຈຸດໝາຍ ໃນພາກປະຕິບັດຕົວຈິງ.

ໂດຍເລີ່ມຈາກຫຼັກໝັ້ນທີ່ ຕິດພັນກັບຕົວຈິງ, ທ່ານ ເຕີງ ສຽວ ຜິງ ໄດ້ມີຫົວຄິດ, ມີທັດ ສະນະ, ມີແຜນນະໂຍບາຍທີ່ ກ້າຫານ ພົ້ນອອກຈາກລັດທິ ຄຳພີ, ສາມາດຢືນຢັນໄດ້ວ່າ ທິດສະດີຂອງ ທ່ານ ເຕີງ ສຽວ ຜິງ ກ່ຽວກັບການກໍ່ສ້າງສັງຄົມ ນິຍົມສີສັນຂອງຈີນແມ່ນແນ ໃສ່ນຳເອົາປະເທດຊາດກ້າວ ຂຶ້ນສັງຄົມນິຍົມ ໂດຍບໍ່ຜ່ານ ລະບອບທຶນນິຍົມ, ແມ່ນຜະ ລິດຕະພັນຂອງການໃກ້ຊິດຕິດ ແທດກັບຕົວຈິງ, ເລີ່ມຈາກຕົວ ຈິງ, ແນໃສ່ຕອບສະໜອງບັນ ດາຄວາມຮຽກຮ້ອງຕ້ອງການ ຂອງຊີວິດສັງຄົມໃນໄລຍະປະ ຈຸບັນ.

ສາມາດເວົ້າໄດ້ວ່າ: ບົດ ຮຽນແຫ່ງການຕິດພັນກັບພຶດຕິ ກຳ, ກ້າຫານປະດິດສ້າງເຮັດ ທົດລອງ ເພື່ອດຳເນີນການປະ ຕິຮູບ, ເປີດປະຕູ ແລະ ພັດທະ ນາໄດ້ນຳເອົາປະເທດຈີນ ກ້າວ ໄປຢ່າງໜັກແໜ້ນ ບົນເສັ້ນທາງ ປະຕິຮູບ ທີ່ມີໄຊຊະນະໃນຕະ ຫຼອດໄລຍະ 30 ກ່ວາປີທີ່ຜ່ານ ມາ ແລະ ຖ້າມັນຫາກຍັງສືບ ຕໍ່ໄດ້ຢຶດໝັ້ນໃນຂະບວນວິວັດ ແຫ່ງການປະຕິຮູບຕໍ່ໄປອີກກໍ ຈະເຮັດໃຫ້ການປະຕິຮູບປະ ສົບຜົນສຳເລັດໃຫຍ່ຫຼວງກ່ວາ ເກົ່າຢ່າງແນ່ນອນ.

ພຶດຕິກຳຕົວຈິງ ພາລະ ກິດກໍ່ສ້າງສັງຄົມນິຍົມ ໂດຍບໍ່ ຜ່ານລະບອບທຶນນິຍົມຢູ່ຈີນ ໃນ 60 ກ່ວາປີຜ່ານມານັ້ນ ຊີ້ ໃຫ້ເຫັນແຈ້ງສະພາວະຂາດ ປະຊາທິປະໄຕ ໃນຊີວິດການ ເມືອງຂອງພັກ ແລະ ຂອງສັງ ຄົມ, ມັນເປັນສິ່ງກົດໜ່ວງກີດ ຂວາງຢ່າງຮ້າຍແຮງທີ່ສຸດ, ຈຳ ກັດການເຕົ້າໂຮມສະຕິປັນຍາ ແລະ ການເສີມຂະຫຍາຍຫົວ ຄິດປະດິດສ້າງຂອງທົ່ວພັກ, ທົ່ວປວງຊົນ ເຂົ້າໃນພາລະກິດ ກໍ່ສ້າງສັງຄົມນິຍົມ. ເພາະເຫດ ນັ້ນເອງ, ປະເທດຈີນ ຈຶ່ງຖືກຍູ້ ເຂົ້າສູ່ຄວາມວິນາດສະກຳ, ພາ ລະກິດກໍ່ສ້າງສັງຄົມນິຍົມຖືກ ຍູ້ໄປສູ່ແຄມເຫວເລິກ, ຈົນເຖິງ ມື້ນີ້ການຫັນປ່ຽນມາສູ່ການປະ ຕິຮູບ, ຟື້ນຟູລະບຽບກົດໝາຍ ຂອງບ້ານເມືອງ, ປະຕິບັດການ ຫັນເປັນປະຊາທິປະໄຕ ໃນຊີ ວິດການເມືອງ ແລະ ປະຕິຮູບ ຂະຫຍາຍເສດຖະກິດ.

ເສລີພາບ, ປະຊາທິປະໄຕ ແມ່ນໝາກຜົນຂອງຂະບວນ ວິວັດແຫ່ງການຕໍ່ສູ້ອັນຍືດເຍື້ອ ຍາວນານຂອງປະຊາຊົນຜູ້ ອອກແຮງງານ, ແມ່ນຄຸນຄ່າ ລວມຂອງມວນມະນຸດ, ແຕ່ໃນ ກະໂຕເສລີພາບປະຊາທິປະ ໄຕ, ພິເສດໃນສັງຄົມທັນສະ ໄໝນັ້ນ ມັນພັດແມ່ນເງື່ອນໄຂ ອັນໜຶ່ງ, ເປັນໜຶ່ງໃນບັນດາປັດ ໄຈ ແລະ ກຳລັງດັນອັນສຳຄັນ ຍິ່ງແຫ່ງການຂະຫຍາຍຕົວຂອງ ສັງຄົມ. ເສລີພາບ, ປະຊາທິປະ ໄຕ ເວລາໃດກໍຕິດພັນແໜ້ນ ກັບກົນໄກສັງຄົມດັ່ງກ່າວນັ້ນ ມັນຈຶ່ງສາມາດປະຕິບັດໄດ້ພາ ລະບົດບາດຕ່າງໆຄືແນວນັ້ນ. ດ້ວຍເຫດນັ້ນ, ການສ້າງກົນ ໄກສັງຄົມນິຍົມທີ່ຮັບປະກັນ ໄດ້ສິດສະເໝີພາບປະຊາທິປະ ໄຕອັນແທ້ຈິງໃນທຸກດ້ານຂອງ ຊີວິດສັງຄົມໃຫ້ແກ່ປະຊາຊົນ ນັ້ນແມ່ນວຽກທີ່ມີຄວາມໝາຍ ສຳຄັນເປັນພິເສດ.

ຮັບປະກັນສິດເສລີພາບ ປະຊາທິປະໄຕອັນແທ້ຈິງຂອງ ປະຊາຊົນຜູ້ອອກແຮງງານກໍ ແມ່ນໜຶ່ງໃນບັນດາເນື້ອໃນອັນ ພື້ນຖານ ແລະ ທັງແມ່ນເນື້ອ ໃນທີ່ມຸ່ງສູ່ພາຍໃນທີ່ສຳຄັນ ຂອງການສ້າງກົນໄກສັງຄົມ ເປີດທີ່ເປັນເງື່ອນໄຂອັນໜຶ່ງ ຮັບປະກັນໃຫ້ສັງຄົມນິຍົມສາ ມາດຂະຫຍາຍຕົວຢ່າງຄ່ອງ ຕົວ. ໃນດ້ານພາຍໃນ, ກົນໄກ ສັງຄົມໜຶ່ງທີ່ເປີດສາມາດຮັບ ປະກັນໃຫ້ສັງຄົມມີໂອກາດປະ ຕິສຳພັນ, ແລກປ່ຽນ, ຮັບເອົາ,  ເຜີຍແຜ່, ປະຕິບັດ ແລະ ກວດ ສອບບັນດາແນວຄິດທີ່ກ້າວ ໜ້າ. ເພາະສະນັ້ນ ມັນມີຄວາມ ອາດສາມາດຊ່ວຍໃຫ້ຄົ້ນພົບ ແລະ ສະກັດກັ້ນສິ່ງຕ່າງໆທີ່ ກົງກັນຂ້າມກັບທ່າອ່ຽງສັງຄົມ ນິຍົມ.

ສັງຄົມຈີນ ກ່ອນການປະ ຕິວັດປີ 1949 ເປັນສັງຄົມສັກ ດີນາທີ່ຄົງຕົວຢ່າງດົນນານ, ບວກກັບລັດທິລ່າເມືອງຂຶ້ນທີ່ ມາຈາກພາຍນອກເຂົ້າໄປຄອບ ງຳຕື່ມອີກ. ສະນັ້ນ ບັນຫາເສລີ ພາບ ປະຊາທິປະໄຕ ແລະ ກົນ ໄກທີ່ຈະຈັດຕັ້ງປະຕິບັດມັນ ນັ້ນ ຈຶ່ງເບິ່ງຄືວ່າເປັນສິ່ງທີ່ແປກ ປະຫຼາດ. ຍິ່ງໄປກ່ວານັ້ນສັງ ຄົມດັ່ງກ່າວແມ່ນສັງຄົມແຫ່ງ ອຳນາດ ສັກດີນາທີ່ຄົງຕົວເປັນ ເວລາຫຼາຍພັນປີມາແລ້ວ ສະ ນັ້ນ, ການທີ່ຈະສ້າງກົນໄກຮັບ ປະກັນປະຊາທິປະໄຕທີ່ແທ້ຈິງ ໃຫ້ປະຊາຊົນຜູ້ອອກແຮງງານ ນັ້ນ ຈຶ່ງບໍ່ແມ່ນວຽກທີ່ງ່າຍດາຍ ແລະ ສະດວກແຕ່ຢ່າງໃດ, ອັນ ເນື່ອງມາຈາກປະເພນີ, ຄວາມ ຊິນເຄີຍ ແລະ ບັນດາທັດສະ ນະຄະຕິອັນເກົ່າແກ່ທີ່ຍັງຝັງ ເລິກໃນສະຕິສັງຄົມ ທັງຈິດຕະ ສາດບຸກຄົນ, ທັງໃນພື້ນຖານ ເສດຖະກິດ ພ້ອມທັງໂຄງບົນ ຂອງລັດອີກດ້ວຍ.

ສັງຄົມນິຍົມຕົວຈິງຢູ່ຈີນ ໃນຊຸມທົດສະວັດທຳອິດທີ່ຫາ ກໍ່ສ້າງຂຶ້ນນັ້ນ ຍັງບໍ່ທັນສ້າງ       ໄດ້ກົນໄກ ເພື່ອຮັບປະກັນເສລີ ພາບ ປະຊາທິປະໄຕ ທີ່ແທ້ຈິງ, ເສີມຂະຫຍາຍບໍ່ທັນໄດ້ຄວາມ ສາມາດໃນການຄົ້ນຄວ້າປະ ດິດສ້າງຂອງປະຊາຊົນຜູ້ອອກ ແຮງງານ, ການໝູນໃຊ້ “ແນວ ທາງລວມ” ແລະ “ ມະຫາປະ ຕິວັດ ວັດທະນະທຳ”ໄດ້ພາປະ ເທດຈີນ ຕົກເຂົ້າສະພາວະກົດ ໜ່ວງການຂະຫຍາຍຕົວຂອງ ປະເທດຊາດແມ່ນກະທັ້ງຈ່ອງ ດຶງເຮັດໃຫ້ການພັດທະນາຂອງ ຊາດຖອຍຫຼັງ. ຍ້ອນຂາດກົນ ໄກສັງຄົມທີ່ຮັບປະກັນສິດປະ ຊາທິປະໄຕອັນແທ້ຈິງໃຫ້ປະ ຊາຊົນຜູ້ອອກແຮງງານ ສະນັ້ນ ຄວາມຜິດພາດຕ່າງໆໃນການ ຄຸ້ມຄອງ, ນຳພາ ຈຶ່ງບໍ່ໄດ້ຄົ້ນພົບ ແລະ ຊອກເຫັນ ໂດຍໄວ ແລະ ຖືກສະກັດກັ້ນຢ່າງທັນການ, ບັນດາຄວາມຄິດປະດິດສ້າງ ອັນຖືກຕ້ອງບໍ່ໄດ້ນຳໃຊ້, ຜູ້ທີ່ ມີແນວຄວາມຄິດອັນໃໝ່ພັດ ຖືກສົ່ງໄປດັດສ້າງ.

ຍ້ອນບໍ່ມີເສລີພາບປະຊາ ທິປະໄຕອັນແທ້ຈິງ. ສະນັ້ນ ເປັນໄລຍະເວລາຍາວນານສົມ ຄວນທີ່ປະເທດຈີນ ຕົກເຂົ້າລັດ ທິຄຳພີ, ລັດທິອັດຕະວິໄສ, ອາ ລົມຈິດນິຍົມ, ປະຕິບັດບັນດາ ວິທີການຄຸ້ມຄອງ, ຊີ້ນຳຢ່າງ ຮ້ອນຮົນ, ບໍ່ຄຳນຶງເຖິງສະພາບ ຕົວຈິງຂອງຊີວິດສັງຄົມ ແຕ່ ຢ່າງໃດ ເຮັດກົງກັນຂ້າມກັບ ບັນດາກົດເກນພາວະວິໄສ.

ໃນຕົວຈິງ ແລ້ວ ປະຫວັດສາດຂອງຈີນ ແລະ ປະເທດຕ່າງໆໃນສະໄໝ ປະຈຸບັນໄດ້ຢືນຢັນເຖິງສິ່ງດັ່ງ ກ່າວ. ຄວາມຊິນເຄີຍດັ້ງເດີມ, ແນວຄິດ ແລະ ຮ່ອງຮອຍທີ່ ເສດເຫຼືອໃນສະຕິ, ຈິດຕະສາດ ສັງຄົມຂອງທົ່ວວົງຄະນາຍາດ ແຫ່ງຊາດ ພວມກາຍເປັນສິ່ງ ກີດຂວາງການປະຕິວັດປະຊາ ທິປະໄຕ. ແຕ່ຖ້າຫາກບໍ່ມີການ ກະກຽມເງື່ອນໄຂຕ່າງໆຢ່າງ ຄົບຖ້ວນໃຫ້ແກ່ການສ້າງກົນ ໄກປະຊາທິປະໄຕ ກໍຈະເຮັດ ໃຫ້ສັງຄົມ ຕົກເຂົ້າສູ່ສະພາບ ຂາດສະຖຽນລະພາບໃນທຸກ ດ້ານ ແລະ ໄວ ຫຼື ຊ້າ ກໍຈະ ເກີດມີການຕໍ່ສູ້ກັນຢູ່ພາຍໃນ, ບັນດາພາກສ່ວນຕ່າງໆຈະມີ ການປະທະກັນທາງສັງຄົມ ຢ່າງຮ້າຍແຮງ. ເຫດການ ທຽນ ອານ ເໝິນ ປີ 1989 ຂອງຈີນ ໄດ້ພິສູດໃຫ້ເຫັນສິ່ງດັ່ງກ່າວນີ້, ບົດຮຽນຂອງຣັດເຊຍ ໃນໄລ ຍະດຳເນີນການປະຕິຮູບ ກໍສະ ແດງໃຫ້ເຫັນສິ່ງດັ່ງກ່າວແລ້ວ.

ການປະຕິຮູບຕ່າງໆທີ່ມີ ຄວາມໝາຍອັນຕັ້ງໜ້າ ແລະ ບັນລຸຜົນສຳເລັດຫຼາຍຢ່າງໃນ 3 ທົດສະວັດກ່ວາມານີ້ ເພື່ອກໍ່ ສ້າງສັງຄົມນິຍົມຕາມສີສັນ ຂອງຈີນ ໂດຍບໍ່ຜ່ານລະບອບ ທຶນນິຍົມ ໂດຍແມ່ນ ທ່ານ ເຕີງ ສຽວ ຜິງ ເປັນຜູ້ລິເລີ່ມນັ້ນ, ໄດ້ ເລີ່ມຈາກທັດສະນະອັນພື້ນ ຖານທີ່ສຳຄັນ ນັ້ນແມ່ນຕ້ອງ “ປົດປ່ອຍແນວຄິດ”; “ມີຄວາມ ປາຖະໜາຢ່າງແທ້ຈິງ” ແລະ “ຖືພຶດຕິກຳຢ່າງດຽວເທົ່ານັ້ນ ເປັນໄມ້ຫຼາວັດແທກ ເພື່ອກວດ ສອບສັດຈະທຳ”. ໃນເງື່ອນໄຂ ຂອງຈີນ ພາຍຫຼັງ “ມະຫາປະ ຕິວັດ ວັດທະນະທຳ” ການປະ ຕິບັດທັດສະນະຂ້າງເທິງນັ້ນ ໃນຕົວຈິງແມ່ນການປົດປ່ອຍ ອອກຈາກຈິນຕະນາການຕາມ ແບບຄຳພີ, ປະຕິບັດການເປີດ ກວ້າງປະຊາທິປະໄຕ ໃນດ້ານ ແນວຄິດ ແລະ ການເຄື່ອນ ໄຫວຕົວຈິງ. ໃນຂະບວນວິວັດ ແຫ່ງການປະຕິຮູບ ແລະ ເປີດ ປະຕູ, ປະຊາທິປະໄຕກໍໄດ້ເປີດ ກວ້າງເທື່ອລະກ້າວ. ສິ່ງດັ່ງກ່າວ ໄດ້ປະກອບສ່ວນຢ່າງບໍ່ໜ້ອຍ ໃຫ້ແກ່ການຄົ້ນພົບ ແລະ ໝູນ ໃຊ້ຢ່າງທັນການບັນດາຄວາມ ຄິດປະດິດສ້າງຂອງປະຊາຊົນ ຜູ້ອອກແຮງງານຈາກບັນດາ ພື້ນຖານ, ທ້ອງຖິ່ນ, ດັດແກ້ ປັບປຸງບັນດາຄວາມຜິດພາດ ແລະ ຜິດເຂວຢ່າງທັນການ, ຊຸກຍູ້ຄວາມຄ່ອງຕົວຂອງຊີວິດ ເສດຖະກິດ-ສັງຄົມ, ກ້າວກະ ໂດດຂຶ້ນ ບົນເສັ້ນທາງປະຕິບັດ ຍຸດທະສາດກໍ່ສ້າງສັງຄົມນິຍົມ ຕາມສີສັນຂອງຈີນ ໂດຍບໍ່ຜ່ານ ລະບອບທຶນນິຍົມ.

ພຶດຕິກຳຕົວຈິງແຫ່ງຊຸມປີ ທີ່ຈີນ ດຳເນີນການປະຕິຮູບບັນ ລຸຜົນສຳເລັດນັ້ນ ຊີ້ໃຫ້ເຫັນວ່າ: ຜູ້ນຳຈີນ ໄດ້ເອົາໃຈໃສ່ເປັນພິ ເສດ ຕໍ່ການເສີມຂະຫຍາຍ ຄວາມຄິດປະດິດສ້າງຈາກພື້ນ ຖານ, ທ້ອງຖິ່ນ. ໃນໄລຍະ ຕ່າງໆແຫ່ງ “ມະຫາກະໂດດ ຂັ້ນ”, “ມະຫາປະຕິວັດ ວັດທະ ນະທຳ”, ຄວາມຄິດປະດິດສ້າງ ຕ່າງໆ, ຄວາມເປັນເຈົ້າການທີ່ ຕັ້ງໜ້າຂອງບຸກຄົນ, ນິຕິບຸກຄົນ ຢູ່ຂັ້ນພື້ນຖານບໍ່ໄດ້ຮັບຄວາມເອົາໃຈໃສ່, ສົ່ງເສີມ ຫຼື ກັ່ນ ຕອງ, ຖອດຖອນບົດຮຽນແຕ່ ຢ່າງໃດ ເພື່ອເລືອກເຟັ້ນ ແລະ ນຳໃຊ້ເປັນຢ່າງດີ. ທ່ານ ເຕີງ ສຽວ ຜິງ ເອງເປັນໜຶ່ງໃນຈຳ ນວນຄົນທີ່ມີຫົວຄິດປະດິດ ສ້າງ ເມື່ອເວລາໄດ້ກຳອຳນາດ ສູງສຸດ ເພິ່ນໄດ້ເອົາໃຈໃສ່ໃກ້ ຊິດຕິດແທດ, ກຳເອົາພື້ນຖານ, ປຸກລຸກຄວາມອາດສາມາດບົ່ມ ຊ້ອນທາງດ້ານຫົວຄິດປະດິດ ສ້າງ ຄວາມເປັນເຈົ້າການຢ່າງ ຕັ້ງໜ້າຂອງຮາກຖານ, ໄດ້ສ້າງ ແລະ ປະຕິຮູບ ບັນດາກົນໄກທີ່ ຮັບປະກັນປະຊາທິປະໄຕ, ອິດ ສະລະເສລີໃຫ້ແກ່ຮາກຖານ. ອາດຈະເຫັນໄດ້ເກືອບທັງໝົດ ບັນດານະໂຍບາຍ ໂດຍແມ່ນ ເພິ່ນເປັນຜູ້ລິເລີ່ມ, ແນວຄວາມຄິດຕ່າງໆທີ່ກ້າຫານ, ໂດດເດັ່ນ ຂອງເພິ່ນລ້ວນແຕ່ໄດ້ມາຈາກ ການສະຫຼຸຸບຕົວຈິງຂອງຮາກຖານທັງນັ້ນ.